ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທະຫານແຂວງຫຼວງພະບາງ ມອບພາຫະເຕັກນິກ
ໃຫ້ບັນດາກົມກອງທະຫານຊາຍແດນ ລາວ -ຫວຽດນາມ

     ພິທີມອບພາຫະນະເຕັກນິກໃຫ້ບັນດາກົມກອງຊາຍແດນ ລາວ-ຫວຽດນາມ , ຂອງກອງບັນຊາການທະຫານ ແຂວງຫຼວງພະບາງ,
ໄດ້ຈັດຂື້ນຕອນບ່າຍວັນທີ 10 ພະຈິກ 2023 ນີ້, ໂດຍການເຂົ້າຮ່ວມຂອງສະຫາຍ ພົນຈັດຕະວາ ວິລ່ຽມ ວົງທິສານ ເລຂາຄະນະພັກ,
ຫົວໜ້າການທະຫານກອງບັນຊາການທະຫານແຂວງ, ມີຄະນະພັກ -ຄະນະບັນຊາ ອົງ ການ 5 ຫ້ອງ, ພະແນກການ ແລະ ບັນດາກົມ
ກອງກ່ຽວຂ້ອງເຂົ້າຮ່ວມ.

     ພາຫະນະເຕັກນິກທີ່ໄດ້ນໍາມາມອບໃຫ້ໃນຄັ້ງນີ້ປະກອບມີ ລົດເຊອາ (CA1091) ໝາຍເລກທະບຽນ 0037ກທ/ຫຼບ ແມ່ນມອບ
ໃຫ້ກອງບັນຊາການທະຫານເມືອງໂພນທອງ
, ລົດຄູໂບຕາໝາຍເລກທະບຽນ 0001 ມອບໃຫ້ກອງ ຮ້ອຍ 162 ແລະ ລົດຄູໂບຕາ ໝາຍ
ເລກທະບຽນ 0002 ມອບໃຫ້ກອງຮ້ອຍ 163. ໂດຍແມ່ນ ສະຫາຍ ພົນຈັດຕະວາ ວິລ່ຽມ ວົງທິສານ ເປັນຜູ້ກ່າວມອບ ແລະ ມີຄໍາເຫັນ
ກ່າວວ່າ: ການມອບພາຫະນະໃຫ້ບັນດາກົມກອງໃນຄັ້ງນີ້ ແມ່ນປະຕິບັດຕາມການຄົ້ນຄ້ວາເຫັນດີເປັນເອກະພາບຂອງ ຄະນະພັກ-ຄະ
ນະບັນຊາ ກອງບັນຊາການທະຫານແຂວງ
ຫຼວງພະ ບາງ ຄັ້ງວັນທີ 6 ພະຈິກ 2023 ທີ່ຜ່ານມາ, ເພື່ອປະກອບໃຫ້ບັນດາກົມກອງນໍາໄປ
ໝູນໃຊ້ເຂົ້າໃນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານໃຫ້ມີຄວາມສະດວກວ່ອງໄວຂື້ນ ພ້ອມທັງເນັ້ນໜັກໃຫ້ບັນດາກົມກອງຈົ່ງພ້ອມ
ກັນເອົາໃຈໃສ່ ຄຸ້ມຄອງ, ປົກປັກຮັກສາ ແລະ ໝູນໃຊ້ໄປໃນທາງໃຫ້ຖືກຕ້ອງຕາມລະບຽບກົດໝາຍ, ເຄື່ອນໄຫວໃຊ້ງານໃຫ້ເກີດຜົນ ປະ
ໂຫຍດສູງສຸດໃຫ້ແກ່ສ່ວນລວມ ແລະ ຮັບປະກັນໃນການນໍາໃຊ້ໃຫ້ໄດ້ຍາວນານ.

ແຫຼ່ງທີ່ມາ: ສົມພອນ ສຸວັນທອນ
ວັນທີ 13/11/2023